ພົບກັບແອັບ ຄັງຮູບ, ເຊິ່ງເປັນຄັງຮູບ ແລະ ວິດີໂອທີ່ສະຫຼາດ, ຂະໜາດນ້ອຍ ແລະ ໄວ, ສ້າງໂດຍ Google ເພື່ອຊ່ວຍທ່ານ:  
  
  ✨ ຊອກຫາຮູບພາບໄດ້ໄວຂຶ້ນ ດ້ວຍການຈັດລະບຽບອັດຕະໂນມັດ  
  😎 ດູດີທີ່ສຸດດ້ວຍ ດ້ວຍເຄື່ອງມືການແກ້ໄຂ ເຊັ່ນ: ການປັບໂດຍອັດຕະໂນມັດ  
  🏝️ ໃຊ້ອິນເຕີເນັດໜ້ອຍລົງ - ໃຊ້ໄດ້ແບບອອບລາຍ, ທັງໝົດໃນແອັບທີ່ມີຂະໜາດນ້ອຍ  
  
  ການຈັດລະບຽບອັດຕະໂນມັດ  
  
  ແຕ່ລະຄືນ, ຄັງຮູບຈະຈັດລະບຽບຮູບພາບຂອງທ່ານໂດຍອັດຕະໂນມັດເພື່ອຈັດກຸ່ມຕາມ: ຄົນ, ເຊວຟີ, ທຳມະຊາດ, ສັດ, ເອກະສານ, ວິດີໂອ ແລະ ໜັງ.  
  ຄັງຮູບຈະຊ່ວຍໃຫ້ທ່ານເປັນລະບຽບ, ເພື່ອໃຫ້ທ່ານໃຊ້ເວລາເລື່ອນຊອກຫາຮູບໝູ່ ຫຼື ສະມາຊິກຄອບຄົວໜ້ອຍລົງ ແລະ ໃຊ້ເວລາຫຼາຍແບ່ງປັນຄວາມຊົງຈຳກັບເຂົາເຈົ້າຫຼາຍຂຶ້ນ.*  
  
  ປັບໂດຍອັດຕະໂນມັດ  
  
  ຄັງຮູບມີເຄື່ອງມືການແກ້ໄຂຮູບພາບທີ່ໃຊ້ງ່າຍ ເຊັ່ນ: ການປັບໂດຍອັດຕະໂນມັດ ເຊິ່ງຈະຊ່ວຍໃຫ້ຮູບຂອງທ່ານສວຍງາມທີ່ສຸດດ້ວຍການແຕະພຽງເທື່ອດຽວ.  
  
  ຮອງຮັບໂຟນເດີ ແລະ SD CARD  
  
  ໃຊ້ໂຟນເດີເພື່ອຈັດລະບຽບຮູບພາບໃນແບບທີ່ທ່ານຕ້ອງການ. ທັງໝົດແມ່ນໃນຂະນະທີ່ຍັງຄົງສາມາດເບິ່ງ, ສຳເນົາ ແລະ ໂອນຍ້າຍໄປໃສ່ ແລະ ມາຈາກ SD Card ໄດ້ຢ່າງງ່າຍດາຍ.  
  
  ປະສິດທິພາບ  
  
  ຄັງຮູບມີຂະໜາດນ້ອຍເຊິ່ງໝາຍຄວາມວ່າຈະມີພື້ນທີ່ຫຼາຍຍິ່ງຂຶ້ນສຳລັບຮູບພາບຂອງທ່ານເອງ. ທັງໝົດແມ່ນໃນຂະນະທີ່ໃຊ້ໜ່ວຍຄວາມຈຳຢູ່ອຸປະກອນຂອງທ່ານໜ້ອຍລົງ, ເພື່ອບໍ່ໃຫ້ໂທລະສັບຂອງທ່ານຊ້າລົງ.  
  
  ເຮັດວຽກອອບລາຍ  
  
  ປັບແຕ່ງມາເພື່ອໃຫ້ເຮັດວຽກໄດ້ແບບອອບລາຍ, ຄັງຮູບສາມາດຈັດການ ແລະ ຈັດເກັບຮູບພາບ ແລະ ວິດີໂອທັງໝົດຂອງທ່ານໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງໃຊ້ອິນເຕີເນັດຂອງທ່ານຈົນໝົດ.  
  *ຕອນນີ້ບໍ່ສາມາດຈັດກຸ່ມໃບໜ້າໄດ້ໃນບາງປະເທດ
ອັບເດດແລ້ວເມື່ອ
8 ມ.ກ. 2025